ໄວຣັດໂຄໂລນ້າແມ່ນຫຍັງ ແລະ ແມ່ນຫຍັງທີ່ຂ້ອຍສາມາດເຮັດໄດ້ ກ່ຽວກັບໄວຣັດດັ່ງກ່າວ?

ໂຄໂຣນາໄວຣັດ ຫລື ພະຍາດໂຄໂຣນາ ແມ່ນພະຍາດຂະໜາດນ້ອຍ (ນ້ອຍທີ່ສຸດ ທີ່ຈະເບິ່ງເຫັນດ້ວຍຕາເປົ່າ) ເຊິ່ງສາມາດແຜ່ກະຈາຍ ແລະ ເຮັດໃຫ້ຄົນເຈັບປ່ວຍ. ພະຍາດໂຄໂຣນາ ເຮັດໃຫ້ເກີດອາການຄືກັບ ໄຂ້ຫວັດໃຫຍ່ ເຊັ່ນ: ໄອແຫ້ງ, ຫາຍໃຈຕິດຄັດ, ໄຂ້ ແລະ ເຈັບຕົນໂຕ. ພະຍາດໂຄໂຣນາ ສ່ວນໃຫຍ່ຈະມີຜົນຕໍ່ກັບລະບົບຫາຍໃຈ. ຂະນະທີ່ ການຕິດເຊື້ອສ່ວນໃຫຍ່ແມ່ນບໍ່ອັນຕະລາຍ, ມັນສາມາດເຮັດໃຫ້ເກີດໂລກປອດບວມໄດ້ (ປອດຕິດເຊື້ອຢ່າງຮຸນແຮງ) ແລະ ສາມາດເຮັດໃຫ້ເຖິງແກ່ຊີວິດໄດ້ ໃນກໍລະນີທີ່ຮຸນແຮງ..

ໃຜທີ່ສາມາດຕິດເຊື້ອໂຄໂຣນາໄດ້. ຜູ້ເຖົ້າ ແລະ ຄົນທີ່ມີອາການເຈັບປ່ວຍອື່ນໆ ຕົວຢ່າງ ເຈັບປ່ວຍລະບົບຫາຍໃຈ, ມະເລັງ ຫລື ເບົາຫວານ ແມ່ນຈະມີຄວາມສ່ຽງຫລາຍກວ່າ ທີ່ຈະໄດ້ຮັບຜົນທີ່ຮຸນແຮງ.

ພະຍາດໂຄໂຣນາ ຈາກຜູ້ທີ່ຕິດເຊື້ອ ທີ່ມີລະອອງທາດແຫລວທີ່ອອກມາ ເມື່ອເຂົາເຈົ້າຫາຍໃຈ, ໄອ ຫລື ຈາມ ໃສ່ຄົນ, ຜີວໜ້າ ຫລື ເທິ່ງອາຫານ. ມັນຈະເຂົ້າໄປໃນຮ່າງກາຍຜ່ານປາກ, ດັງ ແລະ ຕາ. ເມື່ອຢູ່ໃນຮ່າງກາຍ, ມັນຈະເລີ່ມຂະຫຍາຍຕົວ ແລະ ແຜ່ຂະຫຍາຍໄປສ່ວນອື່ນ. ພະຍາດໂຄໂຣນາ ສາມາດມີຊີວິດຢູ່ໄດ້ໃນຮ່າງກາຍດົນເຖິງ 14 ວັນ ກ່ອນທີ່ຈະມີອາການເຈັບປ່ວຍເກີດຂຶ້ນ. ສະນັ້ນ ຄົນສາມາດຕິດໄວຣັດ ໂດຍທີ່ບໍ່ຮູ້ວ່າຕິດໄວຣັດ ແລະ ສົ່ງໄວຣັດໄປຫາຄົນອື່ນໆ.

ໂຄໂຣນາບໍ່ໄດ້ຖືກຂ້າໂດຍຢາປະຕິຊີວະນະ ຫລື ການປິ່ນປົວຢູ່ບ້ານ. ພະຍາດໂຄໂຣນາ ພຽງແຕ່ສາມາດປ້ອງກັນໄດ້ໂດຍການຫລີກລ້ຽງການສໍາຜັດ ກັບພະຍາດ ແລະ ລ້າງມືເລື້ອຍໆ.

ເພື່ອປ້ອງກັນການຕິດເຊື້ອ, ລ້າງມືຂອງທ່ານດ້ວຍສະບູ ແລະ ນໍ້າ. ເຮັດແນວນັ້ນ, ແມ້ແຕ່ເວລາມືຂອງທ່ານບໍ່ເປື້ອນ. ລ້າງມືໃຫ້ສະອາດ ໃນນໍ້າໄຫລ່ ເປັນເວລາ 20 ວິນາທີ ດ້ວຍສະບູ, ຮັບປະກັນວ່າ ທ່ານຖູເລັບ ແລະ ລ້າງມື ຂໍ້ມື. ລ້າງມືດ້ວຍສະບູ ແລະ ນໍ້າຈະຂ້າໄວຣັດ ທີ່ອາດຈະຢູ່ເທິ່ງມືຂອງທ່ານ. ລ້າງມື້ເປັນປະຈໍາ ກ່ອນ, ລະຫວ່າງ ແລະ ຫລັງຈາກເຮັດອາຫານ, ຫລັງຈາກໃຊ້ຫ້ອງນໍ້າ, ກ່ອນກິນອາຫານ, ເມື່ອດູແລຄົນເຈັບ, ຫລັງຈາກຈັບສັດລ້ຽງ ຫລື ສິ່ງເສດເຫລືອສັດ ແລະ ຫລັງຈາກທ່ານໄອ, ຈາມ ຫລື ສັ່ງນໍ້າມູກ.

ຫລີກລ້ຽງການສໍາຜັດຕາ, ດັງ ແລະ ປາກຂອງທ່ານ ໂດຍບໍ່ໄດ້ລ້າງມືກ່ອນ ຫລື ສໍາຜັດກັບພື້ນຜີວຫລາຍແຫ່ງ ແລະ ສາມາດນໍາເອົາໄວຣັດມາໄດ້. ເມື່ອປົນເປື້ອນໄວຣັດ, ມືສາມາດສົ່ງຖ່າຍໄວຣັດໄປຫາຕາ, ດັງ ຫລື ປາກຂອງທ່ານ. ຈາກຈຸດນັ້ນ, ໄວຣັດສາມາດເຂົ້າຮ່າງກາຍຂອງທ່ານ ແລະ ເຮັດໃຫ້ທ່ານລົ້ມເຈັບ.

ເປັນສິ່ງສໍາຄັນຫລາຍ ທີ່ຈະຫລີກລ້ຽງການສໍາຜັດໃກ້ຊິດ ກັບໃຜຜູ້ໜຶ່ງ ທີ່ມີໄຂ້ ແລະ ໄອ ຫລື ອາການທາງເດີນຫາຍໃຈອື່ນໆ. ເມື່ອມີການໄອ ຫລື ຈາມ, ອັດປາກ ແລະ ດັງຂອງທ່ານ ດ້ວຍຂໍ້ສອກຂອງທ່ານ ຫລື ດ້ວຍເຈັ້ຍທິດຊູ້. ຫລັງຈາກນັ້ນ ກໍາຈັດເຈັ້ຍທິດຊູ້ທັນທີ່. ບໍ່ໃຫ້ຖີ້ມຢູ່ທີ່ສາທາລະນະ.

ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ (3 ຟຸດ) ລະຫວ່າງຕົວທ່ານເອງ ແລະ ໃຜຜູ້ໜຶ່ງ ທີ່ກໍາລັງໄອ ຫລື ຈາມ. ຫລີກລ້ຽງການສໍາຜັດໄລຍະໃກ້ກັບໃຜຜູ້ໜຶ່ງທີ່ເປັນໄຂ້ ແລະ ໄອ.

ຖ້າທ່ານຕ້ອງການດູແລຄົນທີ່ເປັນໄຂ້, ໄອ ແລະ ຫາຍໃຈຍາກ, ຫ້າມລືມໃສ່ໜ້າກາກປ້ອງກັນ ຫລື ໜ້າກາກຜ້າ ໂດຍສະເພາະ
ລ້າງມືໃຫ້ສະອາດ.

ເພື່ອຫລີກລ້ຽງພະຍາດໂຄໂຣນາ, ເປັນສິ່ງທີ່ປອດໄພທີ່ສຸດທີ່ຈະຫລີກລ້ຽງການສໍາຜັດຮ່າງກາຍກັບຄົນອື່ນ. ໂຄໂຣນາ ແລະ ໄວຣັດອື່ນໆ ສາມາດຖືກສ່ົງຜ່ານການຈັບມື ແລະ ຫລັງຈາກນັ້ນ ສໍາຜັດຕາ, ດັງ ແລະ ປາກ. ສະນັ້ນ ເມື່ອພົບກັບຄົນອື່ນໆ, ບໍ່ຕ້ອງທັກທາຍ ດ້ວຍການຈັບມື, ກອດ ຫລື ຈູບ. ທັກທາຍດ້ວຍການໂບກມື, ພະຍັກໜ້າ ຫລື ກົ້ມນົບແທນ. ຖ້າທ່ານຄິດວ່າ ມີພະຍາດໂຄໂຣນາໃນເຂດຂອງທ່ານ, ໃຫ້ທ່ານພັກຢູ່ທີ່ບ້ານ ເພື່ອຫລີກລ້ຽງການສໍາຜັດກັບບຸກຄົນອື່ນ.

ພັກຢູ່ທີ່ບ້ານ ຖ້າທ່ານເລີ່ມຮູ້ສຶກບໍ່ສະບາຍ ແມ້ແຕ່ອາການບໍ່ຮຸນແຮງ ເຊັ່ນ: ເຈັບຫົວ ແລະ ມີນໍ້າມູກໄຫລ່ເລັກນ້ອຍ ຈົນກວ່າທ່ານຈະເຊົາດີ. ຖ້າທ່ານກໍາລັງຈາມ, ໄອແຫ້ງ, ຫາຍໃຈຍາກ ແລະ ມີໄຂ້, ໃຫ້ຟ້າວໄປພົບແພດໂດຍໄວ ເນື່ອງຈາກວ່າ ນີ້ອາດເປັນຍ້ອນການຕິິດເຊື້ອລະບົບຫາຍໃຈ ຫລື ອາການຮຸນແຮງອື່ນໆ.

ຄວາມເຊື່ອ ແລະ ຂ່າວລືທີ່ຜິດ ກ່ຽວກັບພະຍາດໂຄໂຣນາ ອາດຈະເປັນສິ່ງອັນຕະລາຍຫລາຍ ແລະ ແມ້ແຕ່ຂ້າຄົນ. ຕົວຢ່າງ, ດື່ມສານ ຄືສານຟອກຂາວ ຫລື ເຄື່ອງດື່ມມືນເມົາ ຈະທໍາລາຍຕົວທ່ານ ແທນທີ່ຈະປ້ອງກັນພະຍາດໂຄໂຣນາ. ແມ້ແຕ່ຂໍ້ມູນ ທີ່ທ່ານໄດ້ຮັບຈາກເພື່ອນ ຫລື ພີ່ນ້ອງໃກ້ຊິດ ອາດຈະບໍ່ຖືກຕ້ອງ ຫລື ສ້າງຄວາມອັນຕະລາຍ. ທ່ານພຽງແຕ່ຕິດຕາມຄໍາແນະນໍາຈາກຂະແໜງການສາທາລະນະສຸກທີ່ຖືກຕ້ອງ ຈາກອົງກອນຂະແໜງການສາທາລະນະສຸກທ້ອງຖິ່ນຂອງທ່ານ.

ທ່ານສາມາດຊ່ວຍຕໍ່ສູ້ກັບພະຍາດໂຄໂຣນາໄດ້ ໂດຍການເຜີຍແພ່ເນື້ອຫານີ້. ກະລຸນາແບ່ງປັນເນື້ອຫານີ້ໃຫ້ໝູ່ເພື່ອນ ແລະ ຄອບຄົວຂອງທ່ານ ໂດຍໃຊ້ບໍລິການສົ່ງຂໍ້ຄວາມ ຄືວອສແອ໋ບ.

ເນື້ອຫານີ້ແມ່ນສ້າງຂຶ້ນໂດຍອົງການ Audiopedia, ໂຄງການສາກົນ ທີ່ມອບຄວາມຮູ້ດ້ານສຸຂະພາບ. ສຶກສາເພີ່ມເຕີມທີ່ www.audiopedia.org